ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ລາຍ​ງານ​ການຈັດຕັ້ງ​ປະຕິບັດ 2
ວາລະ​ແຫ່ງ​ຊາດ ປະຈຳ​ເຂດ
1


   ວັນທີ 9 ມີນາ 2023 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ເປັນເຈົ້າພາບຈັດກອງປະຊຸມ ລາຍງານການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດປະ ຈຳເຂດ 1, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ແຂວງໄຊສົມບູນ, ວິທະຍາຄານນາຍ ທະຫານບົກກົມມະ ດຳ, ວິທະຍາຄານພະລາທິການກອງທັບ, ກອງພັນໃຫຍ່ 941, ກອງພັນໃຫຍ່ 497, ຄະນະກຳມະການຮັບຜິດຊອບ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

   ໃນກອງປະຊຸມ ແຕ່ລະກົມກອງໄດ້ຜັດປ່ຽນກັນລາຍງານສະພາບລວມກ່ຽວກັບການຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດໃນໄລຍະຜ່ານມາ, ສຳລັບຢູ່ກອງ ບັນຊາການທະຫານແຂວງວຽງຈັນ ແມ່ນຄະນະຮັບຜິດຊອບເຜີຍແຜ່ເອກະສານວາລະແຫ່ງຊາດ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມໃນວັນທີ 6 ມັງກອນ 2022 ຢູ່ຂັ້ນອົງການ, ກົມກອງອ້ອມຂ້າງສຳນັກງານ ແລະ ໄດ້ຈັດຕັ້ງເອົາຫົວໜ້າການທະຫານ ຫຼື ຫົວໜ້າການເມືອງກົມກອງຮາກຖານທີ່ຂຶ້ນກັບເຂົ້າຮ່ວມນຳ, ໄດ້ ອອກຄຳສັ່ງແນະນຳໃຫ້ບັນດາກົມກອງທີ່ຂຶ້ນກັບຈັດຕັ້ງເຊື່ອມຊຶມ 2 ວາລະແຫ່ງຊາດໃຫ້ທົ່ວເຖິງ, ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບກວດກາສານ ເສບຕິດຂັ້ນກອງບັນຊາການ ໂດຍມີພະແນກເສນາຮັກ, ພະແນກປ້ອງກັນພາຍໃນ, ພະແນກພະນັກງານ ແລະ ພະແນກກຳລັງພົນ, ທຸກ 3 ເດືອນ ຫຼື 6ເດືອນ ແມ່ນລົງເຄື່ອນໄຫວກວດກາສານເສບຕິດ, ກໍລະນີຫາກມີເປົ້າໝາຍທີ່ສົງໄສ ແມ່ນມອບໃຫ້ຄະນະພັກ-ຄະນະບັນຊາ ແລະ ວິຊາສະເພາະຢູ່ກົມກອງກວດກາ ແລ້ວລາຍງານຫາກອງບັນຊາການ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ນາຍ ແລະ ພົນທະຫານ ຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ທົ່ວໂລກໄດ້ຮັບຜົນກະທົບ, ຊີ້ນຳ-ນຳ ພາພະນັກງານ-ນັກຮົບປະຕິບັດຄຳຂວັນເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ແລະ ປະຍັດ, ຊີ້ນຳວິຊາສະເພາະໃນການຄຸ້ມຄອງງົບ ປະມານແບບລວມສູນ, ເຂົ້າ-ອອກຜ່ານປະຕູດຽວຢ່າງເຂັ້ມງວດ, ຮັບປະກັນຕອບສະໜອງງົບປະມານໄດ້ທັນເວລາເຊັ່ນ: ການເບີກຈ່າຍເງິນເດືອນ, ເງິນຊື້ ເຂົ້າ, ຮ່ວງອົບຮົມ-ຫັດແອບ ແລະ ອື່ນໆ.

   ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ມີຄຳເຫັນໂອ້ລົມ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີມຕໍ່ຜົນງານທີ່ ແຕ່ລະກົມກອງຍາດມາໄດ້ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ສຸມໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ, ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດໃຫ້ປະກົດຜົນ ເປັນຈິງ. ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ ເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງທີ່ມາ: ຈັນທະ​ຈອນ ສີສະ​ເກດ
ວັນທີ 13/03/2023